Skip to content
Lyric
Dive
Public playlists
My playlists
Search
Sign in
Lost in the Ocean LA - Live Session
déymi
Popularity · Low
+
🇱🇦 Lao · Original
0
0
Listen
YouTube
1
2
3
0:00 / 0:00
Loading YouTube player...
Lyrics offset
Synced
Lyrics
Original
Translation
Bilingual
ເຈົ້າເປັນດັ່ງລົມທີ່ຄອຍຢູ່ໃກ້
ທີ່ຄອຍນໍາທາງ ຕາມຟ້າໄປເເສນໄກ
ທຸກໆສິ່ງທີ່ຂ້ອຍເຄີຍຝັນ
ຮູ້ບໍ່ວ່າຍັງມີເຈົ້າຢູ່ບ່ອນນັ້ນ
ມາຕອນນີ້ລົມທີ່ເຄີຍຄອຍຫວັງດີ
ໄດ້ລົບເລືອນໄປ ເເລະ ຈາງຫາຍ
ໄປຕາມການເວລາ
ເຫດຜົນອັນໃດ ຈິ່ງພໍໃຫ້
ໃຫ້ມັນລ່ວງເລີຍມາຈົນກະທັ້ງຕອນນີ້
ເຈົ້າລອຍໄປໄກເກີນທີ່ຈະຄວ້າ
ຂ້ອຍຮູ້ດີ
ແລະ ຂ້ອຍກໍຍັງຄອຍຖ້າ
ແຕ່ວ່າຕອນນີ້ມັນເລີ່ມຈະພັງທະລາຍ
ເຫມືອນວ່າທຸກໆຢ່າງ
ເລີ່ມທີ່ຈະແຫລກສະຫຼາຍໄປ
ຫລົງທາງ
ເຮົາຈາກກັນມາໄກ
ເຖິງເເມ້ຈະຝືນມັນໄປອີກເທົ່າໃດ
ເມືອລົມທີ່ເຄີຍໄດ້ພັດຕ້ອງລາໄປ
ທີ່ເຫຼືອເອົາໄວ້
ມີພຽງຄວາມເສຍໃຈ
ເຖິງເເມ້ ເຮົາຈະພະຍາຍາມ
ສຸດທ້າຍມັນຄົງບໍ່ມີຫົນທາງ
ໃຫ້ເຮືອລໍານີ້ໄດ້ລອຍໄປເຖິງຝັ່ງ
ຕ້ອງຍອມຈໍານົນ
ໃຫ້ຄື້ນທະເລນັ້ນພັດຂ້ອຍຫຼົງທາງ
ເຄີຍມີເຈົ້າເປັນລົມທີ່ພັດພາໄປ
ພາຂ້ອຍລ່ອງໄປສູ່ຟ້າທີ່ແສນໄກ
ເຮືອທີ່ລົ່ມ ແລະ ລອຍຕ້ານລົມໄປຊ້າໆ
ຄວາມຮັກທີ່ເຮົາສ້າງໄວ້ມັນກໍເຫມືອນຝັນ
ແລ້ວທຸກຢ່າງມັນກໍເລີ່ມພັງທະລາຍ
ຮັກທີ່ມີມັນຄ່ອຍໆເລີ່ມຈາງຫາຍໄປ
ທັງທັ້ງທີ່ຂ້ອຍຍັງຄົງຄ້າງຄາ
ເຈົ້າລອຍໄປໄກເກີນທີ່ຈະຄວ້າ
ຂ້ອຍຮູ້ດີ
ແລະ ຂ້ອຍກໍຍັງຄອຍຖ້າ
ແຕ່ວ່າຕອນນີ້ມັນເລີ່ມຈະພັງທະລາຍ
ເຫມືອນວ່າທຸກໆຢ່າງ
ເລີ່ມທີ່ຈະແຫລກສະຫຼາຍໄປ
ຫລົງທາງ
ເຮົາຈາກກັນມາໄກ
ເຖິງເເມ້ຈະຝືນມັນໄປອີກເທົ່າໃດ
ເມືອລົມທີ່ເຄີຍໄດ້ພັດຕ້ອງລາໄປ
ທີ່ເຫຼືອເອົາໄວ້
ມີພຽງຄວາມເສຍໃຈ
ເຖິງເເມ້ ເຮົາຈະພະຍາຍາມ
ສຸດທ້າຍມັນຄົງບໍ່ມີຫົນທາງ
ໃຫ້ເຮືອລໍານີ້ໄດ້ລອຍໄປເຖິງຝັ່ງ
ຕ້ອງຍອມຈໍານົນ
ໃຫ້ຄື້ນທະເລນັ້ນພັດຂ້ອຍຫຼົງທາງ